ທຸກຄົນຄວນຈະລະມັດລະວັງໄປນຳກັນ ໃນການຈັບຫຼືສຳພັດສີ່ງຂອງຕ່າງໆ ໃນທີ່ສາລະນະທີ່ມີພະຍາດຫຼາຍທີ່ສຸດທີ່ບໍ່ເຄີຍຮູ້ມາກ່ອນມີດັ່ງນີ້:
1. ປຸ່ມລິບທ໌ : ເປັນອີກຢ່າງໜື່ງທີ່ ແຖບຈະບໍ່ມີການເຮັດຄວາມສະອາດ ແມ້ວ່າຈະເປັນສ່ວນທີ່ມືຂອງໃຜຫຼາຍໆຄົນຈັບຫຼືສຳຜັດຢູ່ທຸກມື້ທຸກວັນ ວັນລະຫຼາຍໆຄັ້ງ ແມ້ຈະເປັນນີ້ວສອງນີ້ນໃນການກົດແຕ່ກໍ່ສາມາດແຜ່ກະຈາຍເຊື່ອໂລກໄດ້ດີອີກທັ້ງຍັງເຄີຍພົບເຊື່ອໂລກທີ່ປຸ່ມລິບທ໌ຫຼາຍກ່ວາຫ້ອງນ້ຳສາທາລະນະເຖີ່ງ 40ເທົ້າອີກດ້ວຍອາດເກີດຈາກການຂາດຄວາມເອົາໃຈໃສ່ແລະອານາໄມ
2. ປຸ່ມກົດຕູ້ ATM : ໃນວັນໜື່ງໆ ມີຄົນໃຊ້ຕູ້ເອທີເອັມ ເປັນຈຳນວນຫຼວງຫຼາຍ ແລະທີ່ສຳຄັນຫາກເປັນຕູ້ຮັບຝາກເງີນ ເຮົາອາດມີຜືດຕິກຳໃນການຈັບເງີນ ແລ້ວໄປກົດປຸ່ມຕໍ່ ເຊີ່ງເງີນເປັນອີກແຫຼ່ງທີ່ສະສົມເຊື່ອໂລກໄດ້ເຊັ່ນກັນ ຈາກການປ່ຽນມືໃຊ້ໄປເລືອຍໆ
3. ໄລກອນປະຕູຫຼືລູກປິດປະຕູ : ບໍ່ວ່າຈະເປັນປະຕູຫ້ອງນ້ຳຫຼືປະຕູບ່ອນເຮັດວຽກແລະປະຕູທີ່ພັກຕາມໂຮງແຮມ ປະຕູລົດຫຼືແມ້ກະທັ້ງປະຕູພາຍໃນບ້ານເຮົາເອງອາດມີເຊື່ອໂລກແຝງຕົວຢູ່ນຳເພາະເປັນບໍ່ລິເວນທີ່ຂາດການອານາໄມເຮັດຄວາມສະອາດ
4. ສະວິກໄຟຟ້າ : ໃຊ້ເປີດໆປິດໆ ອາດຖືກລະເລີຍທຳຄວາມສະອາດ ບໍ່ເຊື່ອລອງຄິດເອົາເອງວ່າເຮົາອານາໄມ ສະວິກ ມື້ສຸດທ້າຍມື້ໃດຫຼືວ່າບໍ່ເຄີຍອານາໄມເຮັດຄວາມສະອາດເລີຍຖ້າເຮົາສັງເກດດີໆເຮົາກໍ່ຈະເຫັນຄາບເປີເປື້ອນຕິດຢູ່ນຳ
5. ປື້ມສັ່ງເມນູໃນຮ້ານອາຫານ : ມາຮອດຮ້ານອາຫານສີ່ງແລກທີ່ຕ້ອງເຮັດກໍ່ຄືຈັບແຜ່ນໜັງສືເມນູຂື້ນມາເປີດ ໂດຍທີ່ເຮົາບໍ່ອາດຮູ້ມາກ່ອນວ່າມີຈັກຮ້ອຍຈັກພັນມື ທີ່ຈັບເມນູເຊັ່ນກັນ ກ່ອນໜ້ານີ້ເຂົາຈັບຫຍັງມາແດ່ ເຂົາໄອ ຫຼື ຈາມໃສ່ມືກ່ອນຈີ່ງຈັບຫຼືບໍ່ ແລະຄັ້ງສຸດທ້າຍແຜ່ນເມນູນີ້ໄດ້ທຳຄວາມສະອາດຫຼືບໍ່ສະນັ້ນແ່ຜນເມນູຈີ່ງເປັນອີກແຫຼ່ງທີ່ນຳເຊື່ອໂລກມາສູ້ເຮົາ
6. ລົດເຂັນໃນຫ່າງສັບພະສິນຄ້າ : ນັກວິທະຍາສາດເຄີຍຄົ້ນພົບເຊື່ອໂລກທີ່ເຮັດໃຫ້ຖອກທ້ອງຄື ອີໂຄໄລ ແລະຊັນໂມເນຣ່າທີ່ຈັບຢູ່ລົດເຂັນຫຼາຍກ່ວາເຊື່ອໂລກທີ່ພົບໃນໄລກອນປະຕູຫ້ອງນ້ຳ361ເທົ້າ