ຊົມເຊີຍນ້ຳໃຈ! ນຸນີ່ເນັດໄອດໍ້ລາວ ພ້ອມກັບຫວານໃຈ ຊ່ວຍແຈກອາຫານນ້ຳດື່ມໃຫ້ເຈົ້າໜ້າທີ່ແລະຜູ້ປະສົບໄພ

    0
    194

    ກ່ອນອື່ນຕ້ອງຂໍຊົມເຊີຍສາວຜູ້ອາລົມດີມີຄວາມງາມ ແລະຈິດໃຈເມດຕາ ໃນວັນທີ 6 ກໍລະກົດ 2021 ນີ້ໄດ້ໄປຮ່ວມແຈກຢາຍອາຫານ ນ້ຳດື່ມໃຫ້ເຈົ້າໜ້າທີ່ ແລະຜູ້ປະສົບໄພໄຟໄໝ້ໂຮງງານກິ່ງແກ້ວ ທີ່ກຸງເທບປະເທດໄທ.

    ຄົນຜູ້ງາມໃຈບຸນອີກ ນູ່ນີ່ ສາວນູນີ່ບອກວ່າ ມື້ນີ້ນູນີ່ກັບພີ່ອັອຟພ້ອມດ້ວຍທີມງານ ເຝີແຊບຣອຍ by ລາຍພາງໄດ້ເປັນຕົວແທນໃຫ້ພີ່ໆນ້ອງໆທີ່ມີນ້ຳໃຈນຳເອົາສິ່ງຂອງເລັກນ້ອຍໄປຊ່ວຍເຫຼືອຜູ້ປະຕິບັດໜ້າທີ່ຢູ່ໂຮງງານກິ່ງແກ້ວ ແລະຜູ້ປະສົບໄພ.

    ໃນນັ້ນມີອາຫານ ແລະເຄື່ອງດື່ມຈຳນວນໜຶ່ງ ເປັນສິ່ງຂອງເລັກນ້ອຍແຕ່ເປັນນ້ຳໃຈຈາກຜູ້ໃຈບຸນທັງໝົດທີ່ຢາກຊ່ວຍຜູ້ປະສົບໄພໄຟໄໝ້ໃຫ້ມີກຳລັງໃຈສູ້ຕໍ່ໄປ.

    ຂະນະທີ່ໜຸ່ມອັັອຟ ສາມີຂອງສາວນູນີ່ກໍ່ໂພສລົງໃນເຟສບຸກສ່ວນຕົວໃນຄືນກ່ອນໄປຊ່ວຍເຫຼືອວ່າ ຄືນທີ່ເກີດເຫດຕົນນອນບໍ່ຫຼັບເລີຍ ຄອຍຕິດຕາມຂ່າວຢູ່ຕະຫຼອດທັ້ງຄືນ ສະນັ້ນ ຕົນແລະນູນີ່ແມ່ນວ່າຈະບໍມີເງິນຫຼວງຫຼາຍໄປຊ່ວຍພີ່ນ້ອງຜູ້ປະສົບໄພ ແຕ່ໄດ້ຮ່ວມກັບພີ່ນ້ອງຄົນຮູ້ຈັກຊ່ວຍກັນຄົນລະໜ້ອຍ ນຳເອົານ້ຳໃຈໄປຝາກໃຫ້ທີມງານທີ່ປະຕິບັດໜ້າທີ່ ລວມເຖິງຜູ້ປະສົບໄພເທົ່າທີ່ຈະໃຫ້ໄດ້.

    ສຳລັບຄູ່ຮັກຄູ່ນີ້ບ່າວໄທສາວລາວ ແມ່ນເພິ່ນພົບກັນໃນລາຍການເທັກມີເອົ້າໄທແລນ ຫຼັງໄປເດດກັນກໍ່ປະກົດວ່າໜຸ່ມອັອຟຫຼົງຮັກສາວນູນີ່ຂອງເຮົາຢ່າງສະໜິດໃຈ ແລະນູນີ່ເອງກໍວ່າຄົນນີ້ແລທີ່ຕາມຫາມາແສນນານ ເຂົາທຸ່ມເທໃຫ້ທັງກາຍ ແລະໃຈ ວັນເວລາກໍ່ພາທັງສອງມາຈົນໄດ້ຄອງຄູ່ກັນດັ່ງທີ່ທຸກຄົນເຫັນ ມື້ໜ້າແອັດ ສຶກສາໍ-ໄອທີມາເລົ່າໃຫ້ໃໝ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.