ເປັນຄວາມຄິດທີ່ດີ ປະເທດສິງກະໂປ ທົດລອງເຮັດໝັນຍຸງລາຍ ເພື່ອຫຼຸດຈຳນວນຜູ້ເປັນໄຂ້ເລືອດອອກ

    0
    876

    ປະເທດສິງກະໂປ ທົດລອງເຮັດໝັນຍຸງລາຍ ເພື່ອຫຼຸດຈຳນວນຜູ້ເປັນໄຂ້ເລືອດອອກ !!! ຂ່າວສານຊິນຮວາລາຍງານ ເມື່ອວັນທີ 5 ກໍລະກົດຜ່ານມາ, ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ ໄດ້ເປີດເຜີຍວ່າ: ໂຄງການທົດລອງເຮັດໝັນຍູງລາຍໄດ້ຮັບປະສິດທິຜົນທີ່ດີ, ຈຳນວນຍຸງລາຍໃນເຂດຄຸ້ມເຮືອນໃນໂຄງການທົດລອງ

    4 ແຫ່ງໄດ້ຫຼຸດໜ້ອຍລົງຫຼາຍທີ່ສຸດເຖິງ 98%, ຈຳນວນຜູ້ເປັນພະຍາດໄຂ້ເລືອດອອກພາຍໃນເຂດທົດລອງກໍໄດ້ຫຼຸດລົງ 88%. ພາຍໃນເດືອນກັນຍາປີນີ້, ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປມີແຜນຈະເປີດກວ້າງໂຄງການທົດລອງດັ່ງກ່າວໃຫ້ໄປເຖິງເຂດຄຸ້ມເຮືອນຫຼາຍກວ່າເກົ່າ.ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ອອກ

    ຖະແຫຼງການວ່າ: ເມື່ອຮອດເດືອນມີນາປີ 2022 ໂຄງການທົດລອງດັ່ງກ່າວຈະໄດ້ຮັບການເປີດກວ້າງຂອບເຂດປະຕິບັດງານໃຫ້ໄປເຖິງເຂດແຄວ້ນຫຼາຍກວ່າເກົ່າ. ໃນປີ 2020 ເປັນປີທີ່ສິງກະໂປປະສົບກັບການແຜ່ລະບາດຂອງພະຍາດໄຂ້ເລືອດອອກຢ່າງຮ້າຍແຮງທີ່ສຸດນັບແຕ່ມີການບັນທຶກໃນປະຫວັດສາດເປັນຕົ້ນມາ. ຊຶ່ງໃນປີນີ້, ຢູ່ສິງກະໂປໄດ້ພົບຜູ້ເປັນພະຍາດໄຂ້ເລືອດອອກ 3.275 ກໍລະນີ ໜ້ອຍກວ່າໄລຍະເວລາດຽວກັນຂອງປີທີ່ຜ່ານມາ ແລະ ປີກ່ອນໜ້າຢ່າງຫຼວງຫຼາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.