ອີກໜຶງໜຸ່ມຄົນບັນເທີງ ນັກຮ້ອງ, ນັກສະແດງໄທ ທີ່ຖືເປັນໜຸ່ມນັກບຸນ, ໃຈບຸນ ຮວມບໍ່ລິຈາກນັ້ນນີ້ມາຕະລອດ ເຈົ້າຂອງຜົນງານເພງທີ່ລາວເຮົາຫຼາຍຄົນຮູ້ຈັກໃນບົດເພງ ໃສ່ວ່າຊິບໍ່ຖິ້ມກັນ ແລະ ອີກຫຼາຍໆຜົນງານເພງຕາມມາ
ທີ່ປະຈຸບັນເປັນພໍ່ລູກ 2 ແລ້ວເດີ້ ແລະ ກຳລັງເຮັດຣີສອດແຫຼ່ງທ່ອງທ່ຽວ ສະໜາມກິລາ ແຕ່ຫຼ້າສຸດ ສື່ໄທອອກມາເຜີຍວ່າຫຼັງຈາກສະຖານະການຂອງປະເທດຍັງບໍ່ດີຂຶ້ນ ແລະ ໃນຄັ້ງນີ້ກໍເບິ່ງຈະລຳບາກກວ່າເກົ່າ ແລະ ຍັງບໍ່ມີແນວໂນ້ມວ່າຊິດີຂຶ້ນ
ກ້ອງຫ້ວຍໄລ່ຈຶ່ງຊ່ວຍສັງຄົມອີກຄັ້ງ ດ້ວຍການເສຍສະຫຼະ ພືນທີ່ສ່ວນໂຕຢ່າງ ສະໜາມຫ້ວຍໄລ່ອີລີນາ ຈາກແຕ່ກ່ອນເປັນສະໜາມເຕະບານ ແຕ່ຊ່ວງນີ້ບໍ່ຄ່ອຍໄດ້ເຕະ ເລີຍຄືໂອກາດນຳມາສ້າງປະໂຫຍດໃຫ້ສັງຄົມປ່ຽນເປັນ ໂຮງໝໍສະໜາມ ເພື່ອຮອງຮັບ ແລະ ດູແລຄົນປ່ວຍ
ສາທຸນຳເດີ້ ຈະເລີນປັງໆ